☎️ +856-21 240-350 📧 info@vtpharma.la

ຜົນປະໂຫຍດຂອງຕົນເອງຕິດພັນກັບຜົນປະໂຫຍດ ຂອງບໍລິສັດ ແລະ ເພື່ອນຮ່ວມງານ


ກ່ຽວກັບພວກເຮົາ

ເປັນ ຜູ້ໃນການນຳເຂົ້າ ແລະ ຈຳໜ່າຍ ລາຍໃຫຍ່ທີ່ສຳຄັນ ທາງດ້ານ ອຸປະກອນການແພດ ແລະ ອາຫານເສີມເພື່ອສຸຂະພາບ, ເຊີ່ງມີປະສົບການຫຼາຍກວ່າ 30 ປີ ໃນຂະແຫນງການນີ້ໃນນລາວ ດ້ວຍຍອດຂາຍທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ພວກເຮົາມີພະນັກງານ ມັງຫມົດ ຫລາຍກ່ວາ 250 ກວ່າຄົນໃນປີ 2022.

ເປັນຫຍັງຕ້ອງເຮັດວຽກຢູ່ ບໍລິສັດ ວຽງທອງການຢາ

  • ພວກເຮົາເປັນໜຶ່ງໃນບໍລິສັດການຢາຊັ້ນນໍາ, ເປັນຜູ້ນໍາເຂົ້າ ແລະ ຈັດຈຳໜ່າຍຢາ, ອຸປະກອນການແພດ ແລະ ອາຫານເສີມ ເພື່ອສຸຂະພາບ ເຊີ່ງມີປະສົບການ ແລະ ມີການເຕີບໃຫຍ່ຢ່າງຕໍ່ຍາວນານ ກວ່າ 30 ປີ
  • ພວກເຮົາເປັນທີມງານທີ່ເປັນມິດ, ມີຄວາມສາມັກຄີ, ສະຫນັບສະຫນູນ ແລະເຮັດວຽກດ້ວຍຄວາມຮັບຜິດຊອບສູງ
  • ເຮັດວຽກ ຢູ່ເບໍລິສັດ ວຽງທອງການຢາ, ທ່ານ ຈະໄດ້ຮັບໂອກາດ ໃນການຮຽນຮູ້ ແລະ ພັດທະນາທັກສະ ໃນການເຮັດວຽກໃນຫຼາຍດ້ານ, ແລກປຽ່ນປະສົບການ ຈາກເພື່ອນຮ່ວມງານທີ່ມີຄຸນວຸດທິສູງ ແລະ ມີໂອກາດເຕີບໂຕ ໃນຕໍາແຫນ່ງງານຫນ້າທີ່ຮັບຜິດຊອບທີ່ສູງຂື້ນ.
  • ພວກເຮົາກໍາລັງຊອກຫາ ຜູ້ສະຫມັກທີ່ມີປະສົບການ ຈາກຫລາກຫລາຍສາຂາ,​ມີແນວຄິດສ້າງສັນ ແລະ ເປີດກ້ວງ ເຂົ້າມາຮ່ວມທີມຂອງພວກເຮົາ. ຖ້າຫາກທ່ານມັກເຮັດວຽກຢູ່ໃນສະພາບແວດລ້ອມທີ່ມີການຄັບເຄື່ອນຢ່າງຫ້າວຫັນ ແລະ ຖ້າຫາກທ່ານກໍາລັງຊອກຫາໂອກາດທີ່ຈະເປັນສ່ວນຫນຶ່ງກັບພວກເຮົາ. ພວກເຮົາຂໍແນະນຳທ່ານ ສົ່ງ CV ແລະ ຈົດຫມາຍຫນ້າປົກ ທີ່ສົນໃຈໃນການສະຫມັກວຽກ ມາຫາພວກເຮົາ ໂດຍຜ່ານທີ່ຢູ່ລຸ່ມຂ້າງລຸ່ມນີ້.

ຜົນປະໂຫຍດ ແລະ ສະຫວັດດີການ

ເງິນເດືອນສົມເຫດສົມຜົນ
ໂບນັດປະສິດທິພາບ
ໂບນັດປະຈຳປີ
ປະ​ກັນ​ໄພ​ສຸ​ຂະ​ພາບ
ໄດ້ຮັບລາງວັນຜົນສໍາເລັດ ຈາກຜູຸ້ຖືຮຸ້ນ.
ການຝຶກອົບຮົມ ແລະ ການພັດທະນາທັກສະ
ໂອກາດທີ່ຈະເຕີບໂຕໃນຕໍາແຫນ່ງທີ່ສູງຂຶ້ນ

ຮ່ວມງານກັບພວກເຮົາ

Sorry, we currently do not have any open positions available