ບໍລິສັດ ວຽງທອງການຢາ ຈໍາກັດ ສ້າງຕັ້ງຂຶ້ນໃນປີ 1992 ເປັນບໍລິສັດຫຸ້ນສ່ວນລັດ-ເອກະຊົນ ຊື່ ຊື່ “ບໍລິສັດ ການຢາກຳແພງ”. And in 1995, the company transformed into a Local private company named ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ. ບໍລິສັດ ໄດ້ມີການຂະຫຍາຍເຕີບໂຕຢ່າງຕໍ່ເນື່ອງ ຈົນກາຍມາເປັນໜຶ່ງໃນບໍລິສັດທີ່ນໍາໜ້າ ດ້ານການນໍາເຂົ້າ ແລະ ຈໍາໜ່າຍ ຢາ, ອຸປະກອນການແພດ, ເຄມີຫ້ອງທົດລອງ, ເຄື່ອງສໍາອາງ, ອາຫານ ແລະ ອາຫານເສີມ.
1992 ເລີ່ມສ້າງຕັ້ງບໍລິສັດ ຢູ່ນະຄອນຫຼວງວຽງຈັນ, ສປປ ລາວ.
1995 ປ່ຽນຊື່ມາເປັນບໍລິສັດເອກະຊົນລາວ 100%.
1997 ເລີ່ມນໍາເຂົ້າ ແລະ ຈໍາໜ່າຍ ອຸປະກອນການແພດ.
2010 ສ້າງຕັ້ງ ສູນບົ່ງມະຕິພະຍາດສາກົນ (IMDC).
2013 ຕິດຕັ້ງລະບົບຫ້ອງວິເຄາະທັນສະໄໝ (LIS) ຢູ່ ໂຮງໝໍ ມິດຕະພາບ.
2014 ໄດ້ຮ່ວມລົງທຶນກັບບໍລິສັດ Greater Pharma ປະເທດໄທ ຊື່ບໍລິສັດ: “ວີທີ ເກຣດເຕີ້ ຟາມາ ຈໍາກັດ (VT Greater Pharma Co., Ltd)”.
2016 ໄດ້ຮັບການຢັ້ງຢືນລະບົບບໍລິຫານຄຸນນະພາບ ISO 9001: 2015.
2017 ຕິດຕັ້ງລະບົບຫ້ອງວິເຄາະທັນສະໄໝ (LIS) ຢູ່ ໂຮງໝໍ 103.
2020 ຕິດຕັ້ງລະບົບຫ້ອງວິເຄາະທັນສະໄໝ (LIS) ຢູ່ ໂຮງໝໍ ເຊດຖາທິຣາດ.
© Copyright Viengthong-Pharma 2022