ບໍລິສັດ ວຽງທອງການຢາ, ບໍລິສັດ ໃສສະອາດການຢາ (ຮ້ານຂາຍຢາໃສສະອາດ) ແລະ ບໍລິສັດ ດີແອນເຄ ການຢາ ມອບອຸປອນຊ່ວຍເຫຼືອ
ໃນໄລຍະອາທິດທີ່ຜ່ານມາ ບໍລິສັດ ວຽງທອງການຢາ, ບໍລິສັດ ໃສສະອາດການຢາ (ຮ້ານຂາຍຢາໃສສະອາດ) ແລະ ບໍລິສັດ ດີແອນເຄ ການຢາ ເຊີ່ງທັງສາມເປັນບໍລິສັດໃຫຍ່ທີ່ໄດ້ຮັບຄວາມໄວ້ວາງໃຈຈາກພາກລັດໃນການສະໜອງສິນຄ້າປະເພດ ຢາ, ອຸປະກອນຫານແພດ ແລະ ການບໍລິການໃນຂົງເຂດສາທາລະນະສຸກ ເຊັ່ນດຽວກັບຄວາມໄວ້ວາງໃຈຈາກພີ່ນ້ອງປະຊາຊົນລາວມາຕະຫລອດ 30 ກວ່າປີ.
ໃນຊ່ວງທີ່ປະເທດຊາດກຳລັງຕໍ່ສູ້ກັບວິກິດການໂຣກລະບາດ Covid-19 ພວກເຮົາທັງສາມບໍລິສັດ ກໍ່ບໍ່ສາມາດນິ້ງນອນໃຈໄດ້ ຈື່ງຂໍເປັນສ່ວນຫນື່ງໃນການສະໜັບສະໜູນທາງພາກລັດ, ບັນດາແພດໝໍ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ໃນການຮັບມືປ້ອງກັນແລະຕໍ່ສູ້ກັບໄພຮ້າຍໃນຄັ້ງນີ້ເຊິ່ງປະກອບມີ ອຸປະກອນການແພດ, ເຄື່ອງອຸປະໂພກ ແລະ ບໍລິໂພກທີ່ຈຳເປັນ ລວມມູນຄ່າກວ່າ 579,200,000 ກີບ
ໂດຍແຈກຢາຍໃຫ້ແກ່:
1. ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ມູນຄ່າ: 235,000,000 ກີບ
2. ກົມເສນາຮັກ ກະຊວງປ້ອງກັນປະເທດ ມູນຄ່າ: 232,000,000 ກີບ.
3. ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ເພື່ອນໍາໄປແຈກຢາຍໃຫ້ແກ່ໂຮງໝໍເມືອງ 9 ຕົວເມືອງ ມູນຄ່າ: 51,000,000 ກີບ
4. ກົມປິ່ນປົວ ກະຊວງສາທາລະນະສຸກ ນໍາໄປແຈກຢາຍໃຫ້ໂຮງໝໍສູນກາງ ແລະ ສູນປິ່ນປົວ ມູນຄ່າ: 43,000,000 ກີບ,
5. ໜ່ວຍສະເພາະກິດຕ້ານລະບາດພະຍາດໂຄວິດ-19 ທີ່ນະຄອນຫຼວງພະບາງ ມູນຄ່າ: 18,200,000 ກີບ.
ທາງທີມຜູ້ບໍລິຫານແລະພະນັກງານຂອງທັງ 3 ບໍລິສັດ ຫວັງຢ່າງຍິ່ງວ່າ ການປະກອບສ່ວນຄັ້ງນີ້ ຈະເປັນອີກແຮງໜື່ງຮ່ວມສະໜັບສະໜູນ ທາງພາກລັດ, ບັນດາແພດໝໍ ແລະ ພີ່ນ້ອງຊາວລາວໃນການຕໍ່ສູ້ ແລະ ຂ້າມຜ່ານວິກິດນີ້ໄປນຳກັນ