ທ່ານ ທອງເພື່ອນ ຂັນຕິວົງ ອາຍຸ ໄດ້ 70 ປີ ຈົບການສຶກສາຈາກຄະນະທັນຕະແພດລາວ ໃນປີ 1975 ທ່ານ ໄດ້ເລີ່ມປະກອບອາຊີບໂດຍເຮັດວຽກຢູ່ວາລະສານອາລຸນໃໝ່. ພາຍຫຼັງ 10 ປີຂອງການເຮັດວຽກຢ່າງມືອາຊີບ, ທ່ານໄດ້ຕັດສິນໃຈສ້າງຕັ້ງບໍລິສັດການຢາ ໂດຍໃສ່ຊື່ວ່າ “ ບໍລິສັດ ການຢາ ກຳແພງ” ປີ 1992 ແລະໄດ້ປ່ຽນຊື່ມາເປັນ ບໍລິສັດວຽງທອງການຢາ ໃນປີ 1995, ເຊິ່ງລາວໄດ້ປະສົບຜົນສໍາເລັດໃນການນໍາພາແລະການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດຈາກທີມີພະນັກງານ 6 ຄົນ ກາຍເປັນ 185 ຄົນໃນມື້ນີ້. ນັບແຕ່ເດືອນມັງກອນ ປີ 2019 ທ່ານ ທອງເພື່ອນ ຂັນຕິວົງ ໄດ້ອອກບຳນານແລ້ວ ແຕ່ຍັງຢູ່ໃນຄະນະບໍລິຫານກຸ່ມທຸລະກິດຄອບຄົວ ເປັນປະທານ. ໃນເດືອນກຸມພາ 2019 ທ່ານ ໄດ້ຮັບລາງວັນ ນັກທຸລະກິດຊັ້ນນຳດີເດັ່ນ 2019ຈາກສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວທີ່ໄດ້ປະກອບສ່ວນທັງໝົດເຂົ້າໃນການປະກອບອາຊີບໃຫ້ແກ່ສັງຄົມລາວ ໂດຍສະເພາະຂະແໜງສາທາລະນະສຸກ ຈາກການສ້າງຕັ້ງບໍລິສັດ ວຽງທອງ ການຢາ, ສູນການແພດ IMDC, ຄລີນິກ , ການກວດເລືອດຢູ່ຫ້ອງວິເຄາະ ແລະ ໂຮງງານຢາສະໝຸນໄພ ເຍືອງທອງ (ຮ່ວມມືກັບ. ບໍລິສັດ Greater Pharma Thailand), ບໍລິສັດ ວຽງທອງ Pharma ປະຈຸບັນບໍລິຫານໂດຍລູກທ່ານຄື ນາງ ເດືອນນະພາ ຂັນຕິວົງ, ຜູ້ຈັດການ ໂດຍໄດ້ຮັບການສະໜັບສະໜູນຈາກ ທ່ານ ສີຫາມະໂນ ບັນນະວົງ, ເຊິ່ງເປັນຜູ້ບໍລິຫານສູງສຸດຂອງບໍລິສັດ
© Copyright Viengthong-Pharma 2022